ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າການທະຫານ ວປກ ໂອ້ລົມນັກສືກສາທີ່ມາຈາກຄູ ວປກ


    ໃນວັນທີ 19 ກັນຍາ 2023 ນີ້, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າ
ການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ພົບປະໂອ້ລົມນັກສືກສາທີ່ກຳລັງສຶກສາໃນສົກຮຽນ 2023-2024 ເຊິ່ງ
ມາຈາກພາກສ່ວນ ຄູການທະຫານ, ຄູການເມືອງ ແລະ ຄູເຫຼົ່າຮົບ ວປກ. ມີຄະນະກົມອົບຮົມ, ຫ້ອງການເໜືອມະຫາ, ຫ້ອງການກວດກາອົບຮົມ,
ຄະນະຮັບຜິດຊອບນັກສຶກສາລະບົບບໍາລຸງ ແລະ ຄະນະຮັບຜິດຊອບນັກສຶກສາລະບົບກໍ່ສ້າງ ພ້ອມດ້ວຍນັກສືກສາເຂົ້າຮ່ວມ.

     ໂອກາດນີ້ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນຄວາມຈໍາເປັນໃນການບຳ
ລຸງ-ກໍ່ສ້າງພະນັກງານ-ນັກຮົບໃນກອງທັບ, ຄວາມໝາຍສຳຄັນໃນການຄົ້ນຄວ້າສຶກສາຮ່ຳຮຽນ. ພ້ອມທັງໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນທີ່ຄວນ
ເອົາໃຈໃສ່ປະຕິບັດ ໃນໄລຍະເວລາທີ່ເປັນນັກສຶກສາ ດັ່ງນີ້: ຕ້ອງມີທັດສະນະ ແລະ ຫຼັກໝັ້ນການເມືອງທີ່ໜັກແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່
ຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ, ມີຄວາມອຸ່ນອ່ຽນ, ຫຼີກລ່ຽງການປຽບທຽບຊັ່ງຊາກັບອົງການອື່ນ, ເປັນແບບຢ່າງທີ່ດີໃນທຸກດ້ານ ໃຫ້ແກ່
ນັກສຶກສາທີ່ມາຈາກກົມກອງອື່ນ, ມີຄວາມມານະອົດທົນ, ເຊື່ອມຊຶມກໍາແໜ້ນໜ້າທີ່ຂອງຕົນ, ຕື່ນຕົວຫ້າວຫັນໃນການຈັດຕັ້ງປະຕິບັດທຸກວຽກ
ງານ, ຕ້ອງກໍານົດຈຸດຢືນ ແລະ ຄວາມຮັບຮູ້ທີ່ຖືກຕ້ອງຕໍ່ການໄດ້ເຂົ້າສຶກສາຮໍ່າຮຽນຢູ່ສະຖາບັນແຫ່ງນີ້, ໜ້າທີ່ສຶກສາຮໍ່າຮຽນແມ່ນເປັນໜ້າທີ່ໃຈ
ກາງສໍາຄັນຕົ້ນຕໍ, ສະນັ້ນຕ້ອງໄດ້ຕັ້ງໃຈໃນການຄົ້ນຄວ້າຮ່ຳຮຽນ, ຮຽນໃຫ້ດີ, ໃຫ້ເກັ່ງ ບົນພື້ນຖານຮ່ໍາຮຽນແຂ່ງກັບເວລາ, ໝູນໃຊ້ຫຼາຍວິທີການ
ຄົ້ນຄວ້າຮໍ່າຮຽນ ໂດຍຕິດພັນແໜ້ນກັບການຮຽນນຳຄູອາຈານ, ຮຽນນຳໝູ່ເພື່ອນ ແລະ ຮຽນດ້ວຍຕົນເອງ, ຕ້ອງປະຕິບັດກົດລະບຽບຂອງກອງທັບ
ແລະ ກົດລະບຽບວ່າດ້ວຍນັກສຶກສາທະຫານ ວປກ ຢ່າງເຂັ້ມງວດ, ນອກຈາກຮ່ໍາຮຽນແລ້ວຍັງມີໜ້າທີ່ ແລະ ພັນທະໃນການປັບປຸງ-ກໍ່ສ້າງ ວປກ
ໃຫ້ເຕີບໃຫຍ່ເຂັ້ມແຂງ ໃຫ້ສົມກັບເປັນສະຖາບັນການສຶກສາປ້ອງກັນຊາດສູງສຸດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ທັງສາ
ມາດໂຄສະນາປຸກລະດົມໃຫ້ໝູ່ເພື່ອນນັກສຶກສາດ້ວຍກັນ ມີຄວາມເປັນເອກະພາບໃນການປະຕິບັດກົດລະບຽບທີ່ວາງອອກ, ມີຄວາມສາມັກຄີສະ
ໜິດສະໜົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ໃນການສຶກສາຮໍ່າຮຽນ ມີຜົນສຳເລັດຢ່າງຈົບງາມ.

ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄໍາລຽງ
ວັນທີ 25/09/2023